ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລົດ​ຫຸ້ມ​ເກາະ​ລຸ້ນ​ໃໝ່​ຂອງ​ກອງທັບ​ສະ​ໂລ​ວາ​ກີ

     ໜັງສືພິມ​ກອງທັບ​ປະຊາຊົນ​ຫວຽດນາມ​ລາຍງານ​ໃຫ້​ຮູ້​ວ່າ: ລົດ​ຫຸ້ມ​ເກາະ​ຂະໜາດ​ເບົາ Valuk ຜະລິດ​ໂດຍ​ບໍລິສັດ Sistemska Tehnika
ແມ່ນ​ການ​ຍົກ​ລະດັບ​ມາ​ຈາກ​ລົດ Pandur ທີ່​ສະໂລ ວາກີ ​ມີ​ຂໍ້​ຕົກລົງ​ການ​ອະນຸຍາດ​ຈາກ SSF ຂອງ​ໂອ​ຕາ​ລິດ, ເຊິ່ງ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ກຸ່ມ​ເອີ​ຣົບ
General Dynamics Land Systems. ລົດ​ຫຸ້ມ​ເກາະ Valuk ຍັງ​ຮັກສາ​ຮູບ​ຮ່າງ​ຄ້າຍຄື​ກັນຈາກ​ລຸ້ນ​ກ່ອນ​ທີ່​ມີ​ຂະໜາດ​ຢາງ 6x6 ຄວາມ​ຍາວ
5.7 ແມັດ, ກວ້າງ 2.5 ແມັດ, ສູງ 2 ແມັດ. ພາຫະນະ​ດັ່ງກ່າວ​ມີ​ນ້ຳ​ໜັກ​​ 12,3 ໂຕນ, ນ້ຳໜັກ​ສູ້​ຮົບ 13,3 ໂຕນ ແລະ ຕິດ​ຕັ້ງ​ເຄື່ອງ​ຈັກ​ກາ​ຊວນ
Steyr 612.35 turbocharged ທີ່​ມີ​ຄວາມ​ໄວ​ສູງ​ສຸດ ໃນ​ພື້ນ​ທີ່​ຮາບ​ພຽງ 110 ກິໂລແມັດ/ຕໍ່​ຊົ່ວໂມງ ຂອງ​ໄລຍະ​ທາງ 600 ກິໂລແມັດ. ຕິດ​ຕັ້ງ​
ປືນ​ກົນ​ໜັກ 12.7 ​ມມ ແລະ ປືນ​ອັດຕະໂນມັດ 40 ​ມມ. ລົດ​ດັ່ງກ່າວ​ມີ​ລູກ​ທີມ 3 ຄົນ, ລວມ​ທັງ​ຜູ້​ຂັບ​, ຜູ້​ບັນຊາ​ການ ແລະ ຜູ້ຍິງ​ປືນ, ລົດ​ສາມາດ
​ບັນຈຸ​ທະຫານ​ຮາບ​ໄດ້ 6 ຄົນ​ພ້ອມ​ອາວຸດ​ຄູ່​ມື. ລົດ​ດັ່ງກ່າວ​ນີ້​ແມ່ນ​ລົດ​ຫຸ້ມ​ເກາະ, ປ້ອງ​ກັນ​ລູກປືນ​ລູກ​ເຈາະ ເຊິ່ງ​ເຫຼັກ​ມີ​ຄວາມ​ໜາ 7.62 ມມ ແລະ
12.7 ມມ. ນອກຈາກ​ນັ້ນ, ລົດ​ດັ່ງກ່າວ​ສາມາດ​ຜ່ານ​ຜ່າ​ສິ່ງ​ກິດ​ຂວາງ​ເຊັ່ນ: ຂູມ​ກວ້າງ 1.5 ແມັດ, ອຸປະສັກ​ແນວ​ຕັ້ງ​ສູງ 0.5 ແມັດ, ລອຍນ້ຳ​ເລິກ​ໄດ້
1.2 ແມັດ, ເຄື່ອນ​ທີ່​ເທິງ​ພູ​ພຽງ 70% ແລະ ​ຄ້ອຍ​ຊັນ 40%. ນອກ​ເຫນືອ​ຈາກ​ການ​ລຳລຽງ​ພົນ, Valuk ຍັງ​ສາມາດ​ປ່ຽນ​ເປັນ​ລົດ​ກູ້​ໄພ​ສຸກ​ເສີນ ແລະ
ລົດ​ສອດແນມ​ອີກ​ດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/10/2023